ກອງທຶນສັດປ່າສາກົນ (WWF) ໄດ້ເຜີຍແຜ່ບົດລາຍງານ ກ່ຽວກັບ ປ່າໄມ້ ໃນເຂດລຸ່ມແມ່ນຳຂອງ
![](/sites/default/files/styles/news_feature_image/public/news/images/SoC_Lao-180424-21.jpg?itok=I3GXCzxJ)
ໃນຕົ້ນໆເດືອນນີ້ ຫ້ອງການພາກພື້ນລຸ່ມແມ່ນ້ຳຂອງ ຂອງ ອົງການ WWF ໄດ້ເຜີຍແຜ່ ບົດລາຍງານ ກ່ຽວກັບ ສະພາບປ່າໄມ້ໃນຂົງເຂດຍ່ອຍ (ອະນຸຂົງເຂດ) ໃນປະຈຸບັນ ເຊີ່ງ ໄດ້ມີຄວາມດຸ່ນດ່ຽງລະຫວ່າງ ການເຊື່ອມໂຊມຂອງປ່າໄມ້ໃນອາດີດ ແລະ ອານາຄົດທີ່ເປັນຜົນບວກ
ໃນຊຸມປີ 1970, ພາກພື້ນລຸ່ມແມ່ນ້ຳຂອງ ແມ່ນໄດ້ເປັນເຂດທີ່ມີປ່າໄມ້ດົກໜາຫຼາຍສຸດ. ແຕ່ໃນປະຈຸບັນ ເຂດດັ່ງກ່າວ ແມ່ນເຂດທີ່ມີລາຍຊື່ໃນ ອົງການWWF ທີ່ມີການສູນເສຍຂອງປ່າໄມ້ ປະມານ 15 - 30 ລ້ານເຮັກຕາ ຮອດປີ 2030.
ເຖີງຢ່າງໃດກໍຕາມ, ອານາຄົດ ແມ່ນມັນຊິບໍ່ເປັນຄືເກົ່າ. "ການແກ້ໄຂມັນກາມີຢູ່ " ຂຽນໂດຍ ທ່ານ ອາລາດສແຕ ໂມນູເມັນ (Alistair Monument) ໃນບົດເປີດຫົວເລື່ອງຂອງລາວ, ເຊີ່ງລວມທັງ ການຍົກໃຫ້ເຫັນເຖີງຄວາມສຳຄັນຂອງອີກແງ່ມຸມໜື່ງ ຂອງບົດເຜີຍແຜ່.: ສຸມໃສ່ຊຸມຊົນ ແລະ ການແກ້ໄຂປັນຫາ ທີ່ສາມາດຕໍ່ຕ້ານການທຳລາຍປ່າໄມ້. ໂດຍທີ່ຍົກໃຫ້ເຫັນເຖີງ ເລື່ອງລາວຕ່າງໆຂອງຄວາມພະຍາຍາມຂອງຄົນທ້ອຖີ່ນ, ເຊີ່ງໃນຫຼາຍໆເທື່ອ ອາດຖືກມອງຂ້າມໄປ. ບົດລາຍງານດັ່ງກ່າວ ໄດ້່ຍົກໃຫ້ເຫັນເຖີງ ສັບພະຍາກອນທີ່ໜ້າຈະມີພຽງພໍ ໃນການປະຕິບັດແບບແຜນການຄຸ້ມຄອງປ່າໄມ້ແບບດັ່ງເດີມ
ແຕ່ວ່າ ສັບພະຍາກອນດັ່ງກ່າວນັ້ນ ຈະສາມາດຖືກນຳໃຊ້ ແລະ ຈັດຕັ້ງປະຕິບັດແນວໃດ."ຊຸມຊົນທ້ອງຖີ່ນ ໄດ້ເຂົ້າເຖີງແລ່ງຂໍ້ມູນ ທີ່ບໍ່ຄືກັນກ່ຽວກັບການ ຄຸ້ມຄອງປ່າໄມ້ແບບຍືນນານ " ... ຖ້າເສັ້ນສະແດງ ຫຼແນວໂນ້ມຂອງການທຳລາຍປ່າໄມ້ ຫາກເປັນກົງກັນຂ້າມ, ແມ່ນຈະຕ້ອງໄດ້ສຸມໃສ່ ເລື່ອງຄວາມຮູ້ ແລະ ການຈັດຕັ້ງປະຕິບັດ" ເຊີ່ງທ່ານ ເວວິດ ແກນສ (David Ganz) ຜູ້ອຳນວຍການຂອງອົງການລີຄອບ ໄດ້ກ່າວໄວ້. ເຖີງຢ່າງໃດກໍຕາມ ອົງການWWF ແລະ ອົງການລີຄອບ ໄດ້ຮັບຮູ້ວ່າ ການມີສ່ວນຮ່ວມ ແລະ ການປະສານງານ ກັບຫຼາຍໆພາກສ່ວນນັ້ນ ແມ່ນມີຄວາມຈຳເປັນ ໃນພາກພື້ນ ແລະ ສາມາດເຮັດໃຫ້ສະຖານະການຂອງສະພາບປ່າໄມ້ ໄດ້ກັບມາເປັນຄືເກົ່າໄດ້.
"ຮັກສາວິທີທາງ ເພື່ອທີ່ຈະສົ່ງເສີມຊີວິດການເປັນຢູ່ຊຸມຊົນແມ່ນບາດກ້າວທີ່ສຳຄັນຫຼາຍ ໃນການຄຸ້ມຄອງປ່າໄມ້ ແບບທ່ຽງທຳ. ໃນໂລກຂອງພວກເຮົາ, ມັນຈະຕ້ອງໄດ້ມີການປືກສາຫາລືກັນ ລະຫວ່າງ ພາກເອກະຊົນ ແລະ ຊຸູມຊົນ, ເຊີ່ງໄດ້ລະບຸໄວ້ໃນເອກະສານຂອງອົງການ WWF ແລະ ລີຄອບ."
- ປອ ເດວິດສ ແກນສ, ຜູ້ອຳນວຍການ ອົງການລີຄອບ, ສູນສຳລັບຄົນ ແລະ ປ່າໄມ້