V4MF
News

ທ່ານເອກອັກຄະລະສະທູດ ຂອງ ສະຫະພາບເອີລົບ ໄດ້ແນະນຳໂຄງການພາກພື້ນໃໝ່ ກ່ຽວກັບການຄຸ້ມຄອງປ່າໄມ້ໃນ ສປປ ລາວ

RECOFTC News

ໃນວັນທີ 29 ພຶດສະພາ 2017 ທີ່ວຽງຈັນ ທ່ານເອກອັກຄະລະສະທູດ Leo Faber ຂອງ ສະຫະພາບເອີລົບ ໄດ້ແນະນຳໂຄງການໃໝ່ ໂຄງການສົ່ງເສີມຄວາມສາມາດ ອົງການຈັດຕັ້ງທາງສັງຄົມເພື່ີີອ ປະກອບສ່ວນເຂົ້າໃນວຽກງານ ການຄຸ້ມຄອງປ່າໄມ້ ໃນບັນດາປະເທດລຸ່ມແມ່ນ້ຳຂອງ. ໂຄງການດັ່ງກ່າວ ແມ່ນ ສ່ວນໜື່ງ ແມ່ນໄດ້ສະໜັບສະໜູນໂດຍ ສະຫະພາບເອີລົບ ແລະ ມີໄລຍະເວລາ 5 ປີ ມີຈຸດປະສົງ ເພື່ອປັບປຸງການຄຸ້ມຄອງປ່າໄມ້ ໃນ ສປປ ລາວ ກໍຄື ປະເທດລຸ່ມແມ່ນ້ຳຂອງ ໂດຍການສົ່ງເສີມຄວາມຮູ້ ຄວາມສາມາດຂອງອົງການຈັດຕັ້ງທາງສັງຄົມ. ມີຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຫຼາຍກ່ວາ 40​ ທ່ານ ຈາກພາກລັດຖະບານ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສົມຄົມ ແລະ ອົງການບໍ່ຂື້ນກັບລັດຖະບານອື່ນໆ ເຊີ່ງໄດ້ຈັດໂດຍ ອົງການລີຄອບ ແລະ ອົງການກອງທຶນອານຸລັກທຳມະຊາດໂລກ (WWF) ແລະ ສະມະຄົມສະມາຄົມຊີວະນາໆພັນລາວ (LBA) 

  

 ຜູ້ແນະນຳໂຄງການໃໝ່ນີ້ ທ່ານ ເອກອັກຄະລະສະທູດ ສະຫະພາບເອີລົບ ທ່ານ Leo Faber ໄດ້ກ່າວໃນບົດພິທີເປີດຂອງທ່ານວ່າ, "ສະຫະພາບເອີລົບ ເຂົ້າໃຈວ່າ ໃນແຕ່ລະປະເທດ ທີ່ມີຄົນທ້ອງຖີ່ນອາໃສຢູ່ໃນປ່າໄມ້ ເພື່ອການດຳລົງຊີວິດຂອງພວກເຂົາ, ການຄຸ້ມຄອງປ່າໄມ້ ສາມາດຈະໃຫ້ຜົນກະທັງດ້ານລົບ ແລະ ດ້ານບວກແກ່ພວກເຂົາເຈົ້າ. ເຖີງຢ່າງໃດກໍຕາມ ມັນກໍເປັນສີ່ງທ້າຍທາຍ ທີ່ຈະໃຫ້ທາງຊຸມຊົນເອງ ສາມາດເຂົ້າຮ່ວມກອງປະຊຸມຕ່າງໆໂດຍກົງ ດັ່ງນັ້ນ  ທາງສະຫະພາບເອີລົບ ແລະ ລັດຖະບານຄິດວ່າ ທາງອົງການຈັດຕັ້ງທາງສັງຄົມ ມີພາບົດບາດອັນສຳຄັນ ໃນການນຳເອົາຄວາມຄິດຄວາມເຫັນ ຂອງຊຸມຊົນທີ່ຂື້ນກັບປ່າໄມ້ ເຂົ້າມາໃນບາດກ້າວ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈ VPA”

ນອນນີ້ ທ່ານຍັງໄດ້ກ່າວຕື່ມອີກວ່າ " ພວກເຮົາເຫັນໄດ້ເຖີງທາງແຮງຂອງໂຄງການນີ້ ໃນການເຂົ້າເຖີງ ບາດກ້າວຂອງ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ -ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈ FLEGT-VPA ຂອງອົງການຈັດຕັ້ງທາງສັງຄົມ,​ ຊຸມຊົນຜູ້ທີ່ຂື້ນກັບປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງອື່ນໆ”

 

  

ການແນະນຳໂຄງການນີ້ ແມ່ນສ່ວນໜື່ງຂອງການແນະນຳໂຄງການທັງໝົດ ໃນ 5​ ປະເທດ ເຊີງໄດ້ ສືບເນື່ອງຈາກກອງປະຊຸມທີ່ໄດ້ຈັດຂຶ້ນໃນລະດັບພາກພື້ນ ທີ່ນະຄອນຫຼວງບັງກອກ, ປະເທດໄທ ໃນເດືອນເມສາ 2017 ທີ່ຜ່ານມາ. ໃນ ສປປ ລາວ, ແມ່ນມີຈຸດປະສົງ ເພີື່ອສະໜັບສະໜູນການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສົງຄົມ ໃນບາດກ້າວ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ -ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈ FLEGT-VPA ທີ່ທາງລັດຖະບານລາວໄດ້ມີສ່ວນຮ່ວມກັບ ສະຫະພາບເອີລົບ. ໃນກອງປະຊຸມດັ່ງກ່າວ ທາງຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຂໍ້ມູນ,​ ຈຸດປະສົງ ແລະ ຜົນໄດ້ຮັບ ຂອງໂຄງການໃໝ່ນີ້. ຫຼັງຈາກນັ້ນ ກໍໄດ້ມີການປຶກສາຫາລືກ່ຽວກັບກິດຈະກຳ ແລະ ພາລະບົດບາດ ຂອງພາກສ່ວນທີ່ກ່ຽວຂ້ອງກັບໂຄງການ ເພື່ອໃຫ້ໂຄງການດັ່ງກ່າວ ດຳເນີນໄປດ້ວຍດີ ທັງພາກສະໜາມ ແລະ ຢູ່ຂັ້ນນະໂຍບາຍ.